วันพฤหัสบดีที่ 8 มกราคม พ.ศ. 2558

ບໍ່ຕ້ອງຮັກກັນອີກຕໍ່ໄປ

ທຸກສິ່ງທີ່ຕາຂ້ອຍເບິ່ງເຫັນ ທຸກເພງທີ່ຂ້ອຍໄດ້ຍິນໄດ້ຟັງ
ທົບທວນວ່າຂ້ອຍຍັງຮັກເຈົ້າບໍ່ ແຕ່ຫົວໃຈມັນທົນບໍ່ໄຫວອີກແລ້ວ
ຮັກກັນໄປກໍເທົ່ານັ້ນ ບໍ່ມີວັນຈະສົມຫວັງ
ທັງຮັກທັງຊັງກໍເທົ່າກັນ ແບບນີ້ເຮົາຈະໄປກັນໄດ້ຢ່າງໃດ
ຄິດເຖິງຄວາມຫຼັງທີ່ສຸກລົ້ນ ທີ່ວັນທີ່ເຄີຍຮັກ
ຄວາມຝັນມັນສະຫລາຍໄປກັບວັນ ທີ່ເຈົ້ານັ້ນເຮັດໃຫ້ຂ້ອຍຜິດຫວັງ
ຮັກ ເຮົາຮັກກັນບໍ່ໄດ້ ຄວາມຊົງຈຳທີ່ເຄີຍມີກັນ ໃຫ້ລົບມັນອອກຈາກໃຈ
ຮັກ ເຮົາຮັກກັນບໍ່ໄດ້ ຄວາມຜິດຫວັງທີ່ຕອກຢ້ຳ
ໃຫ້ຈົດຈຳ ວ່າເຮົາບໍ່ຕ້ອງຮັກກັນອີກຕໍ່ໄປ
ທຸກວັນ ກໍຕ້ອງມີບັນຫາ
ທຸກເວລາ ກໍຕ້ອງມີເລື່ອງຖຽງກັນ
ເຂົ້າໃຈ ວ່າເຈົ້າຍັງຮັກຂ້ອຍຢູ່
ແລະຂ້ອຍເອງ ກໍຍັງຮັກເໝືອນກັນ
ຮັກກັນໄປກໍເທົ່ານັ້ນ ບໍ່ມີວັນຈະສົມຫວັງ
ທັງຮັກທັງຊັງກໍເທົ່າກັນ ແບບນີ້ເຮົາຈະໄປກັນໄດ້ຢ່າງໃດ
ຄິດເຖິງຄວາມຫຼັງທີ່ສຸກລົ້ນ ທີ່ວັນທີ່ເຄີຍຮັກ
ຄວາມຝັນມັນສະຫລາຍໄປກັບວັນ ທີ່ເຈົ້ານັ້ນເຮັດໃຫ້ຂ້ອຍຜິດຫວັງ
ຮັກ ເຮົາຮັກກັນບໍ່ໄດ້ ຄວາມຊົງຈຳທີ່ເຄີຍມີກັນ ໃຫ້ລົບມັນອອກຈາກໃຈ
ຮັກ ເຮົາຮັກກັນບໍ່ໄດ້ ຄວາມຜິດຫວັງທີ່ຕອກຢ້ຳ
ໃຫ້ຈົດຈຳ ວ່າເຮົາບໍ່ຕ້ອງຮັກກັນອີກຕໍ່ໄປ
ຮັກ ເຮົາຮັກກັນບໍ່ໄດ້ ຄວາມຊົງຈຳທີ່ເຄີຍມີກັນ ໃຫ້ລົບມັນອອກຈາກໃຈ
ຮັກ ເຮົາຮັກກັນບໍ່ໄດ້ ຄວາມຜິດຫວັງທີ່ຕອກຢ້ຳ
ໃຫ້ຈົດຈຳ ວ່າເຮົາບໍ່ຕ້ອງຮັກກັນອີກຕໍ່ໄປ
ເຮົາຮັກກັນບໍ່ໄດ້ ຄວາມຊົງຈຳທີ່ເຄີຍມີກັນ ໃຫ້ລົບມັນອອກຈາກໃຈ
ຮັກ ຮັກກັນບໍ່ໄດ້ ຄວາມຜິດຫວັງທີ່ຕອກຢ້ຳ
ໃຫ້ຈົດຈຳ ວ່າເຮົາບໍ່ຕ້ອງຮັກກັນອີກຕໍ່ໄປ

ไม่มีความคิดเห็น:

แสดงความคิดเห็น